ອາແຊກໄບຊານ-ອາກເມນີ ຢຸດຕິການເປັນປໍລະປັກກັນຢູ່ເຂດ ນາກໍນີ-ກາຣາບັກ
ວິທະຍຸກະຈຽງສຽງຂອງ ຫວຽດນາມ ລາຍງານວັນທີ 20 ກັນຍາ, ອີງຕາມ ກະຊວງປ້ອງກັນປະເທດຣັດເຊຍ ລາຍງານວ່າ: ດ້ວຍບົດບາດເປັນກາງ
ໄກ່ເກ່ຍຂອງກຳລັງຮັກສາສັນຕິພາບ ສ ຣັດເຊຍ ຢູ່ ນາກໍນີ-ກາຣາບັກ (Nagrony-Karabakh), ຜູ້ຕາງໜ້າປະເທດ ອາແຊກໄບຊານ ແລະ ກອງກຳ
ລັງປະເທດ ອາກເມນີ ຢູ່ເຂດດິນແດນດັ່ງກ່າວ, ບັນລຸໄດ້ຂໍ້ຕົກລົງຢຸດຕິການກະທຳທີ່ເປັນປໍລະປັກກັນຢ່າງຊິ້ນເຊີງເຊິ່ງຂໍ້ຕົກລົງນີ້, ຈະໄດ້ປະຕິບັດດ້ວຍ
ການສົມທົບຂອງກອງບັນຊາການກຳລັງຮັກສາສັນຕິພາບ ຣັດເຊຍ.
ໃນວັນດຽວກັນນັ້ນ, ກະຊວງປ້ອງກັນປະເທດ ອາແຊກໄບຊານ ຖະແຫຼງວ່າ: ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບການຢຸດຕິ “ບັນດາມາດຕະການ
ຕ້ານການກໍ່ການຮ້າຍ” ຢູ່ Nagrony – Karabakh ເຊິ່ງມີຜົນບັງຄັບໃຊ້ແຕ່ເວລາ 13:00 ໂມງຂອງ ວັນທີ 20 ກັນຍາ (ຕາມເວລາທ້ອງຖິ່ນ - ກົງ
ກັບເວລາ 17:00 ໂມງແລງຕາມເວລາໃນອາຊີ). ເຂດ Nagrony-Karabakh ຕັ້ງຢູ່ດິນແດນທາງທິດຕາເວັນຕົກສ່ຽງໃຕ້ຂອງ ອາແຊກໄບຊານ, ພົນ
ລະເມືອງສ່ວນຫຼາຍແມ່ນເຊື້ອຊາດ ອາກເມນີ ແລະ ຢາກໂຮມເຂົ້າກັບປະເທດນີ້. ສິ່ງດັ່ງກ່າວ, ໄດ້ກໍ່ຄວາມຂັດແຍ້ງກ່ຽວກັບ ອະທິປະໄຕ ລະຫວ່າງສອງ
ປະເທດມາເປັນເວລາດົນນານແລ້ວ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/09/2023